ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກກົມສື່ສານ

    ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກກົມສື່ສານ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2024 ນີ້, ໂດຍການເປັນປະທານ
ຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະ
ໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ເລຂາໜ່ວຍພັກ ຫົວໜ້າກົມສື່ສານ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ ຕີລາຄາການ
ໝາກຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກໃນ 5 ປີຜ່ານມາ ຄະນະໜ່ວຍພັກໄດ້ສຸມໃສຕໍ່ໜ້າທີ່ການເມືອງ
ເປັນສໍາຄັນ ໂດຍສະເພາະແມ່ນຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນສໍາຄັນ ເຊື່ອມຊຶມໃຫ້ແກ່ສະມາຊິກພັກ-ພະນັກງານ
-ນັກຮົບ ກໍາແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດເປັນຕົ້ນແມ່ນ ບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ຂອງ
ຊາດ, ມູນເຊື້ອຂອງກອງທັບ ຕິດພັນກັບຂະບວນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັມແຂງ, ໜັກແໜ້ນ ເຊີ່ງໜ່ວຍພັກໄດ້ຈັດຕັ້ງດໍາເນີນຊີວິດ
ການເມືອງຂັ້ນໜ່ວຍພັກ, ຈຸພັກ ແລະ ເສຍເງິນສະຕິພັກຖືກຕ້ອງຕາມລະບຽບພັກວາງອອກເປັນປົກກະຕິ ເຮັດໃຫ້ສະພາບພາຍໃນໜ່ວຍພັກມີ
ຄວາມສະຫງົບ ສະມາຊິກພັກທຸກຄົນມີຄວາມຕື່ນຕົວສູູງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ ເຊື່ອໝັ້ນຕໍ່ອຸດົມການ
ຂອງພັກ, ສາມາດຈໍາແນກໄດ້ມິດ-ສັດຢ່າງຈະແຈ້ງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນຍຶດໝັ້ນອຸດົມການສັງຄົມນິຍົມ,
ຈັດຕັ້ງຕາມແບບແຜນນໍາພາ 5 ຫຼັກການ 3 ທິດນໍາຂອງພັກ ເຊີ່ງສ້າງໄດ້ສະມາຊິກພັກແຂງ 25 ສະຫາຍ ແລະ ຂະຫຍາຍມະຫາຊົນກ້າວໜ້າ
ເຂົ້າຮຽນສະນັບສະໜູນ, ກົດລະບຽບພັກ 1 ສະຫາຍ, ໜ່ວຍພັກໄດ້ຮັບນາມມະຍົດເປັນກົມກອງ ໜ່ວຍພັກປອດໃສ, ເຂັມແຂງ, ໜັກແໜ້ນ 4
ສະໄໝ ແລະ ເປັນໜ່ວຍພັກປອດໃສ ປອດໄພ ປອດຄະດີ 3 ສະໄໝ, ຈາກນັ້ນ ບັນດາຕ່າງໜ້າໜ່ວຍພັກ, ສະມາຊິກພັກກໍໄດ້ຜັດປ່ຽນຂຶ້ນປະ
ກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ພ້ອມທັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ
ຊຸດໃໝ່ ເຊີ່ງກອງປະຊຸມໄດ້ເປັນເອກະພາບຄົດເລືອກເອົາ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ເປັນເລຂາໜ່ວຍພັກ, ພັນເອກ ພູວຽງ ຈັນ
ທະວົງ ເປັນຮອງເລຂາໜ່ວຍພັກ, ພັນເອກ ອານຸສອນ ສຸລິຍະແສງ, ພັນໂທ ອຸລາລອນ ສີສຸນາມ, ພັນໂທ ດອນສະຫວັນ ບົດຄໍາພັນ.

     ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນໂອລົມຕໍ່ຄະນະໜ່ວຍພັກຊຸດໃໝ່ ພ້ອມ
ທັງເນັ້ນໜັກໃຫ້ເພີ່ມທະວີຄວາມສາມັກຄີເປັນເອກະພາບປຶກແຜ່ນພາຍໃນ ເອົານໍ້າໃຈຄວາມຮັບຜິດຊອບ ສະຕິຄວາມເປັນເຈົ້າຕົນເອງຍົກສູງ
ບົດບາດການນໍາພາຂອງພັກ ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນສໍາຄັນ ເຊື່ອມຊຶມໃຫ້ສະມາຊິກພັກ ມີຄຸນທາດການ
ເມືອງໜັກແໜ້ນ ມີຄຸນສົມບັດສີນທໍາປະຕິວັດ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກຢ່າງຕາຍໃຈ ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງກໍາລັງໃຫ້
ມີຄວາມເຂັ້ມແຂງ ໜັກແໜ້ນໃນຮອບດ້ານ ພິເສດແມ່ນຕໍ່ວຽກງານອົບຮົມຫັດແອບ, ປັບປຸງແບບແຜນວິທີເຮັດວຽກວິຊາສະເພາະ ເອົາຄຸນ
ນະພາບເປັນກົກ ເຮັດສໍາເລັດໜ້າທີ່ ເຊີດຊູນໍ້າໃຈການປະຕິວັດ ແລະ ຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ ປະຊາຊົນຢ່າງສຸດໃຈ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 27/05/2024